ການຄ້າສາກົນ
From Wikipedia
ການຄ້າສາກົນ ແມ່ນ ຂະແໜງການສຶກສາ ກ່ຽວກັບ ການແລກປຽນ ສິນຄ້າ ແລະ ການບໍລິການ ຂ້າມ ຊາຍແດນລະຫວ່າງປະເທດ. ໂດຍທົ່ວໄປ ການຄ້າສາກົນ ຈະກວມເອົາພາກສ່ວນໃຫຍ່ສົມຄວນ ໃນ GDP ແລະ ມັນກໍ່ແມ່ນ ຕົວຊີ້ບອກຫຼັກ ອັນໜຶ່ງ ຂອງ ໂລກາພິວັດ(globalization)ອີກ.
ເນື້ອໃນ |
[ດັດແກ້] ບັນດາທິດສະດີ ຂອງ ການຄ້າສາກົນ
[ດັດແກ້] ຣິຄາຣດຽນ ໂມເດລ (Ricardian model)
ຣິຄາຣດຽນ ໂມເດລ ຖືວ່າ ຄວາມໄດ້ປຽບທຽບຖານ(comparative advantage) ແມ່ນ ປັດໃຈຫຼັກ ທີ່ ເຮັດໃຫ້ເກີດມີ ການຄ້າລະຫວ່າງປະເທດ. ຣິຄາຣດຽນ ໂມເດລ ແມ່ນ ແບບຈຳລອງເສດຖະກິດ ແບບງ່າຍໆ ທີ່ຕັ້ງສົມມຸດຕິຖານວ່າ ແຕ່ລະສິນຄ້າ ມີພຽງ ແຕ່ ປັດໃຈການຜະລິດ (ເຊັ່ນ: ແຮງງານ, ທຶນ, ເຕັກໂນໂລຢີ ແລະອື່ນໆ) ດຽວ ຄື ແຮງງານ. ມັນຖືວ່າ ຄວາມແຕກຕ່າງ ຂອງ ຜະລິດຕະພາບຂອງແຮງງານໃນການຜະລິດ 2 ສິນຄ້າໃດໜຶ່ງ ລະຫວ່າງ 2 ປະເທດໃດໜຶ່ງ ແມ່ນ ສາຍເຫດທີ່ເຮັດໃຫ້ເກີດມີການຄ້າ ລະຫວ່າງ 2 ປະເທດນັ້ນ. ການບໍ່ຄຳນຶງເຖິງ ຄວາມສຳພັນ ລະຫວ່າງ ປັດໃຈການຜະລິດ ແມ່ນ ຂໍ້ຈຳກັດ ຂອງ ທິດສະດີນີ້ ແຕ່ ມັນກໍ່ແມ່ນ ຈຸດເລີ່ມຕົ້ນ ທີ່ ພິສູດທາງຄະນິດສາດ ວ່າ ຜະລິດຕະພາບ ແມ່ນ ສາຍເຫດໜຶ່ງ ຂອງ ການຄ້າ.
[ດັດແກ້] ເຮັກເຊີ-ໂອລິນ ໂມເດລ (Heckscher-Ohlin model)
[ດັດແກ້] ໂມເດລຄວາມດຶງດູດ (Gravity model)
ເມື່ອສົມທຽບກັບ ໂມເດລ ຂ້າງເທິງນີ້ແລ້ວ ໂມເດລຄວາມດຶງດູດການຄ້ານີ້ ຈະມີລັກສະນະ ເປັນ ການຄາດຄະເນປະລິມານການຄ້າ ລະຫວ່າງ 2 ເສດຖະກິດ ຫຼື ປະເທດໃດໜຶ່ງ ໂດຍ ຖືວ່າມັນ ແມ່ນ ຕຳລາ ຂອງ ໄລຍະຫ່າງ ແລະ ຂະໜາດຂອງແຕ່ລະເສດຖະກິດນັ້ນ.