ພຣະໄຕປິດົກ
From Wikipedia
ໄຕຣປິດົກ(ພາສາສັນສະກຣິດ, ຄວາມໝາຍໂດຍຕົງ ແປວ່າ ກະຕ່າສາມໜ່ວຍ ໃຊ້ບັນຈຸຄຳສອນທາງພຣະພຸດທະສາດສະໜາ), ໄຕປິດົກ(ພາສາບາລີ)三藏 (ພາສາຈີນ:Sānzàng, ພາສາຍີ່ປຸ່ນ:Sanzo; ພາສາຂະເມຣ:ໄຕຣເປເຕັກ;ພາສາເກົາຫຼີ:Samjang 삼장;ພາສາໄທຍ:ไตรปิฎก; ພາສາຫວຽດນາມ:Tam tạng ເປັນຄຳສັບທາງການທີ່ໃຊ້ຮຽກຄຳພີທາງພຣະພຸດທະສາດສະໜາ. ຄຳພີພຣະໄຕຣປິດົກໄດ້ຖືກແປເປັນຫຼາຍພາສາ ໃນໂລກຂອງພຣະພຸດທະສາດສະໜາ ເຊິ່ງລວມມີຫຼາຍສະບັບຢ່າງກ້ວາງຂວາງ. ພຣະໄຕຣປິດົກທີ່ໄດ້ຮັບການແຜ່ຫຼາຍກວ່າໝູ່ແມ່ນສະບັບທີ່ເປັນຂອງ ນິກາຍເຖຣະວາດ. ການບັນທຶກພຣະໄຕຣປິດົກ ເຊິ່ງທຳອິດແມ່ນຈາກການທ່ອງຈຳປາກເປົ່າຈາກພຣະສາວົກ ລວມລົງເປັນສາມໝວດໃຫຍ່ໆ(ທຳອິດແມ່ນຖືກຈາລຶກລົງໃນໜັງສືໃບລານ) ເນື່ອງຈາກວ່າສະຫຼຸບລວມລົງເປັນສາມໝວດໃຫຍ່ໆ ຈິ່ງເອີ້ນວ່າ ຕຣິປິຕະກະ ຫຼື ໄຕຣປິດົກ. ໝວດທຳອິດເອີ້ນວ່າ: ພຣະວິນັຍປິດົກ ເຊິ່ງເປັນຈະຣິຍະວັດ ຄືຂໍ້ວັດປະຕິບັດທີ່ຖືປະຕິບັດມາໂດຍໝູ່ພຣະສົງຄັ້ງປະຖົມໂພທິການ ອັນມີ ພິກສຸແລະພິກສຸນີເປັນຕົ້ນ.ຂໍ້ວັດປະຕິບັດບາງອັນໄດ້ຖືກບັນຍັດຂື້ນໂດຍພຣະພຸດທະເຈົ້າເພື່ອຈຳເປັນແລະເປັນພື້ນຖານໃນການປະຕິບັດຕາມທັມອັນເລິກເຊິ່ງຂອງພຣະພຸດທະເຈົ້າ. ຕໍ່ມາຈິ່ງໄດ້ບັນຍັດຂື້ນເລື້ອຍໆ ໂດຍອາສັຍມູນເຫດທີ່ເກີດຂື້ນແຕ່ລະວັນທີ່ພຣະພຸດທະອົງໄດ້ເຫັນການກະທຳ ບັນຫາແລະພຶດຕິກັມຂອງພຣະສົງ ແລ້ວບັນຍັດຕາມນັ້ນ.
ມີເວລາຈະມາແປຕໍ່