ຫຼວງພະບາງ
From Wikipedia
ສະຖິຕິ | |
---|---|
ແຂວງ: | ຫຼວງພະບາງ |
ເມືອງເອກ: | {{{Capital}}} |
ເນື້ອທີ່: | 16,875 km² |
ປະຊາກອນ: | 408,800 (2004 ຄາດຄະເນ) ຄົນ |
ຄວາມໜາແໜ້ນປະຊາກອນ: | 24 ຄົນ/km² |
ISO 3166-2: | LA-LP |
Geocode: | 600 |
ແຜນທີ່ | |
![]() |
ເນື້ອໃນ |
[ດັດແກ້] ປະຫວັດເມືອງຫຼວງພະບາງ
ເມືອງຫຼວງພະບາງ (Luang Prabang) ໃນອະດີດແມ່ນ ລາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນ ເມືອງທີ່ງົດງາມ ໃນສິນລະປະຂອງສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ປັດຈຸບັນແຂວງຫຼວງພະບາງ ປະກອບດ້ວຍ ໑໐ ເມືອງ
[ດັດແກ້] ພູມິປະເທດ
ເມືອງຫຼວງພະບາງ ຕັ້ງຢູ່ທາງທິດເຫນືອຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແຄມຝັ່ງແມ່ນ້ຳໂຂງ ຫ່າງຈາກເມືອງວຽງຈັນ ເປັນ ໄລຍະທາງ ໔໒໐ ກ.ມ. ອ້ອມຮອດດ້ວຍພູ ບ່ອນທີ່ແມ່ນ້ຳຂອງ ແລະ ແມ່ນ້ຳຄານໄຫລມາ ຈອດກັນພໍດີ
[ດັດແກ້] ປະຊາກອນ
ເມືອງຫຼວງພະບາງ ມີປະຊາກອນ ປະກອບດ້ວຍ ຊົນເຜົ່າລາວ ລື້ ພູໄທ ຂ່າ ມົ້ງ ຢ້າວ ແລະ ອີກໍ້
[ດັດແກ້] ແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ
- ພິພິດທະພັນເມືອງຫຼວງພະບາງ
- ວັດຊຽງທອງ
- ຫມູ່ບ້ານຊ່າງໄຫ
- ຖ້ຳຕິ່ງ
- ນ້ຳຕົກຕາດກວາງຊີ
- ວັດວິຊຸນ
[ດັດແກ້] ເວັບໄຊອື່ນ
Categories: ແຂວງ | ພູມສາດ