ພຸດທະສາດສະໜາ
From Wikipedia
Template:ພຸດທະສາດສະຫນາ
ພຣະພຸດທະສາດສະຫນາ ເປັນສາດສະຫນາທີ່ຖືກຄົ້ນພົບໂດຍພຣະໂຄດົມສັມມາສັມພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ທີ່ປະເທດອິນເດຍ. ພຣະນາມເດີມຂອງພຣະພຸດທະເຈົ້າມີພຣະນາມວ່າ ສີທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພຣະອົງເປັນພຣະຮາຊໂອຣົດຂອງພຣະເຈົ້າສຸດໂທທະນະ ແລະພຣະມະເຫສີມີນາມວ່າ ສີຣິມະຫາມາຍາແຫ່ງກຸງກະບີລພັດ(ປັດຈຸບັນເປັນດິນແດນປະເທດເນປານ)
ສາດນາພຸດເປັນສາດສະຫນາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາດສະຫນາ ມາຈາກຄຳວ່າ "ພຸດທິ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພຣະພຸດທະສາດສະຫນາຈຶ່ງເປັນສາດສະຫນາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ຈຸດສູງສຸດຂອງພຣະພຸດທະສາດສະຫນາຄື "ຄວາມດັບບໍ່ເຫລືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ຫມັກດອງຢູ່ໃນຂັນທະສັນດານຂອງປຸຖຸຊົນທັງຫລາຍ
ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫລືອແຫ່ງເຊື້ອນີ້ ຕ້ອງເປັນໄປຕາມຫລັກແຫ່ງ ສີລ ສະມາທິ ປັນຍາ ທີ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫລົ່າສັດທັງຫລາຍທີ່ວຽນວ່າຍຕາເກີດໃນສັງສາລະວັດ
ຫລັກທັມຄຳສອນທາງພຸດທະສາດສະຫນາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພຣະໄຕຣປິດົກ ອັນປະກອບໄປດ້ວຍ “ພຣະທັມ” ຄື ຄວາມຮູ້ໃນສັຈທັມຕ່າງໆ ທີ່ພຣະພຸດທະເຈົ້າຊົງໄດ້ຕຣັສຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພຣະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳຫລັບຜູ້ທີ່ບວດເປັນສາວົກໃນສາດສະຫນານີ້ ຜູ້ຖືກເອີ້ນວ່າ ພຣະພິສຸສົງ (ຊາຍ) ແລະ ພຣະພິສຸນີສົງ (ຍິງ)
ພຣະພຸດທະເຈົ້າ ໄດ້ເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ ປັດຈຸບັນ ສາດສະຫນາພຸດໄດ້ເລີ່ມອອກເ